Episodios

  • ການດູແລໄລຍະສຸດທ້າຍທີ່ເຫມາະສົມ ກັບວັດທະນະທັມ.
    May 21 2025
    ຫຼາຍກວ່າ 37% ຂອງຊາວອອສເຕຣເລັຍ ທີ່ມີອາຍຸສູງກວ່າ 65 ປີມາຈາກປະເທດອື່ນ. ສະນັ້ນ, ເຮົາຈຶ່ງມີສັງຄົມ ທີ່ມີຫຼາຍວັດທະນະທັມ.ສະນັ້ນ, ຕ້ອງໃຫ້ແນ່ໃຈວ່າ ທຸກຄົນມີແຜນການດູແລ ທີ່ເນັ້ນບຸກຄົນ ເປັນສູນກາງ (Person-centered) ການສົ່ງເສີມ ວິທີທາງທີ່ເຫັນອົກເຫັນໃຈ, ເພື່ອສະແດງຄວາມເຄົາຣົບໃນການເລືອກຂອງຜູ້ຄົນໃນປີສຸດທ້າຍ, ເດືອນ ແລະວັນສຸດທ້າຍ ຂອງຊີວິດ.
    Más Menos
    6 m
  • ບົດບາດຂອງ A-I ໃນການດູແລສຸຂະພາບ.
    May 21 2025
    A-I ເລີ້ມມີບົດບາດຫຼາຍຂຶ້ນ ໃນການດູແລສຸຂະພາບ... ແຕ່ຜູ້ຊ່ຽວຊານກ່າວວ່າ ຍັງຕ້ອງໃຊ້ເວລາອີກຫຼາຍໃນການຈະໃຫ້ A-I ຖືກນຳໃຊ້ຢ່າງມີປະສິດຖິພາບ ແລະຫຼາຍຄົນກໍເວົ້າວ່າ A-I ຈະບໍ່ສາມາດທົດແທນວຽກງານທີ່ມະນຸດເທົ່ານັ້ນທີ່ຈະສາມາດເຮັດ ໂດນສະເພາະເມື່ອກ່ຽວຂ້ອງກັບ ວັດທະນະທັມ ແລະພາສາ.
    Más Menos
    10 m
  • ໂຣກມະເຮັງເມັດເລືອດ ໃນອອສເຕຣເລັຍ.
    May 21 2025
    ມູນນິທິມະເຮັງເມັດເລືອດ (The Leukaemia Foundation) ກ່າວວ່າ ຫນຶ່ງໃນ 12 ຄົນໃນອອສເຕຣເລັຍ ມີຄວາມສ່ຽງ ທີ່ຈະຖືກກວດພົບວ່າ ເປັນໂຣກມະເຮັງເມັດເລືອດ, ແຕ່ການຂາດຄວາມຮູ້ ກ່ຽວກັບອາການ ຫມາຍຄວາມວ່າ ໂຣກມະເຮັງຫລາຍຢ່າງ ບໍ່ໄດ້ຖືກກວດພົບ ເປັນເວລານານ. ມູນນິທິກ່າວວ່າ ໂຣກມະເຮັງເມັດເລືອດ ອາດຈະແຊງໜ້າ ໂຣກມະເຮັງອື່ນໆ ໃນປີ 2035.
    Más Menos
    9 m
  • ລະດູສັກວັກຊີນປ້ອງກັນຫວັດ ມາຮອດແລ້ວ.
    May 21 2025
    ປີນີ້ ຈະເປັນລະດູໄຂ້ຫວັດ ທີ່ຮ້າຍແຮງຫລືບໍ່ນັ້ນ ແມ່ນຂຶ້ນຢູ່ກັບປັດຈັຍຫລາຍຢ່າງ. ຫລັງຈາກຈໍານວນຄົນຕິດໄຂ້ຫວັດ ເປັນປວັດການປີກາຍນີ້ ໃນອອສເຕຣເລັຍ, ຜູ້ຊ່ຽວຊານ ໄດ້ເຕືອນຊາວອອສເຕຣເລັຍທຸກຄົນ ເຖິງຄວາມຈໍາເປັນ ທີ່ຈະໄດ້ຮັບການສັກວັກຊີນ Vaccine ປະຈໍາປີຄັ້ງໃຫມ່ ພ້ອມທັງ ໃຊ້ມາດຕະການ ທາງສຸຂະອະນາມັຍອື່ນໆ ເພື່ອຫລຸດຜ່ອນຄວາມສ່ຽງຂອງເຂົາເຈົ້າ.
    Más Menos
    10 m
  • Boost or burden? The cost of Australia's refugee intake - ແມ່ນການສົ່ງເສີມ ຫລື ເປັນພາລະ? ຄ່າໃຊ້ຈ່າຍສໍາລັບການຮັບອົບພະຍົບຂອງອອສເຕຣເລັຍ.
    May 15 2025
    Australia has spent $13 billion on offshore processing in over a decade. Human rights experts believe there's a less costly, more compassionate way. - ອອສເຕຣເລັຍ ໄດ້ໃຊ້ເງິນ 13 ພັນລ້ານໂດລາ ສໍາລັບຂະບວນການປະເມີນນອກຝັ່ງ (Offshore processing) ໃນຫລາຍກວ່າສິບປີ. ຜູ້ຊ່ຽວຊານ ເລື່ອງສິດທິມະນຸດ ເຊື່ອວ່າ ມີວິທີ ທີ່ມີຄ່າໃຊ້ຈ່າຍຫນ້ອຍກວ່າ ແລະມີຄວາມເຫັນອົກເຫັນໃຈຫລາຍກວ່າ.
    Más Menos
    3 m
  • ຜົນຂອງຜູ້ລົງສມັກເລືອກຕັ້ງອິດສຣະປີນີ້.
    May 15 2025
    ເຖິງແມ່ນວ່າ ຜູ້ລົງສມັກເລືອກຕັ້ງອິດສຣະ ໃນການເລືອກຕັ້ງຣັຖບານກາງຈະໄດ້ຜົນດີເກີນຄວາມຄາດຫວັງ, ແຕ່ ພັກ ກໍຍັງເປັນພັກທີ່ສາມາດຈັດຕັ້ງຣັຖບານໄດ້ ດ້ວຍສຽງສ່ວນໃຫຍ່ໃນສະພາ. ສະນັ້ນ, ຜູ້ແທນອິດສຣະຍັງຈະມີບົດບາດໃນສະພາຫຼາຍປານໃດ?
    Más Menos
    12 m
  • ໂຄງການ 2025 (Project 2025) ແມ່ນຫຍັງ?
    May 15 2025
    Project 2025 ເປັນຄູ່ມື ສໍາລັບການປະຕິຮູບຣັຖບານ ຂອງຝ່າຍຂວາທີ່ຮຸນແຮງ. 100 ມື້ ໃນການດຳຣົງຕໍາແຫນ່ງ ປະທານາທິບໍດີ, Donald Trump ໄດ້ລົງຊື່ ໃນຄໍາສັ່ງຜູ້ບໍຣິຫານ 139 ສະບັບ (ຈົນຮອດ ວັນທີ 30 ເດືອນເມສາ), ຊຶ່ງຜູ້ຊ່ຽວຊານກ່າວວ່າ ໄດ້ຮັບການດົນໃຈ ຈາກໂຄງການ 2025 (Project 2025) ນັ້ນ ຢ່າງຊັດເຈນ. ມັນເປັນເອກະສານ ນະໂຍບາຍ ທີ່ພັກ Democrats ໄດ້ອ້າງເຖິງຫຼາຍເທື່ອ ເພື່ອໂຈມຕີ Donald Trump ຕລອດໄລຍະການຫາສຽງເລືອກຕັ້ງ ຂອງສະຫະຣັດອາເມຣິກາ.
    Más Menos
    7 m
  • ມະເຮັງຜິວໜັງ (Melanoma)ໃນຊ່າວໜຸ່ມ ອອສເຕຣເລັຍ
    May 15 2025
    ເຖິງແມ່ນວ່າຈະມີການຣົນນະຣົງໃນການປ້ອງກັນມະເຮັງຜິວໜັງໃນ ອອສເຕຣເລັຍ ເປັນເວລາຫຼາຍສິບປີແລ້ວ, ແຕ່ຊາວໜຸ່ມສມັຍນີ້ຍັງ ບໍ່ມີຄວາມຕື່ນໂຕ ຕໍ່ ອັນຕະຣາຍຂອງ ໂຣກນີ້. ຜູ້ຊ່ຽວຊານກ່າວວ່າ ອິດທິພົນຂອງ ສື່ສານມວນຊົນ ເປັນສາເຫດຫຼັກຂອງປັນຫານີ້.
    Más Menos
    11 m
adbl_web_global_use_to_activate_T1_webcro805_stickypopup